ການຝຶກອົບຮົມ

ນີ້ແມ່ນຮູບການການຝຶກອົບຮົມທ້າງດ້ານວິຊາການໃນການສ້າງຖານຂໍ້ມູນເທີງ Internet  ແລະ ການເຜີຍແຜ່ຂໍ້ມູນດ້ວຍ Web Siteຄັ້ງວັນທີ 07 / 03 / 2016 - 11 / 03 / 2016.

ການເຂົ້າຮ່ວມຝຶກອົບຮົມທາງດ້ານວິຊາການ ຫົວຂໍ້ “ການສ້າງຖານຂໍ້ມູນເທີງ Internet ແລະ ການເຜີຍແຜ່ຂໍ້ມູນດ້ວຍການສ້າງ Web Site ໃນຄັ້ງນີ້  ລວມທັງໝົດ 17 ທ່ານ ທີ່ມາຈາກພາກວິຊາ ແລະ ພະແນກ ໃນທົວວິທະຍາໄລ ລາຍລະອຽດມີຄື: ພາກວິຊາໄຟຟ້າ ເຂົ້າຮ່ວມ 02 ທ່ານ, ພາກວິຊາແຜນທີ ເຂົ້າຮ່ວມ 02 ທ່ານ, ພາກວິຊາບໍ່ແຮ່ ເຂົ້າຮ່ວມ 02 ທ່ານ, ພາກວິຊາທໍລະນີສາດ ເຂົ້າຮ່ວມ 02 ທ່ານ, ພາກວິຊາວິທະຍາສາດພຶ້ນຖານ ເຂົ້າຮ່ວມ 01 ທ່ານ, ພະແນກສ້າງຄູ ເຂົ້າຮ່ວມ 01 ທ່ານ, ພະແນກໄອທີ ເຂົ້າຮ່ວມ 02 ທ່ານ, ພະແນກກິດຈະກຳນັກສຶກສາ ເຂົ້າຮ່ວມ 02 ທ່ານ, ພະແນກຈັດຕັ້ງ ແລະ ພະນັກງານ ເຂົ້າຮ່ວມ 01 ທ່ານ, ພະແນກວິຊາການ ເຂົ້າຮ່ວມ 01 ທ່ານ ແລະ ພະແນກບໍລິຫານ - ການເງີນ ເຂົ້າຮ່ວມ 01 ທ່ານ. ສະຖານທີ່ຝຶກອົບຮົມແມ່ນ ວິທະຍາໄລເຕັກນິກສັບພະວິຊາ, ຫ້ອງປະຊຸມ ເບີ 37.

ບົດຮຽນໃນການຝຶກອົບຮົມມີລາຍລະອຽດດັ່ງລຸ່ມນີ້:
1. ຮຽນຮູ້ໃນການສ້າງ mail ເປັນຂອງຕົນເອງ.
2. ຮຽນຮູ້ໃນການສ້າງ Dropbox ເກັບມ້ຽນຂໍ້ມູນເທີງ Internet.
3. ຮຽນຮູ້ໃນການສ້າງ ແລະ ນຳໃຊ້ Google Docs.
4. ຮຽນຮູ້ໃນການສ້າງເວັບໄຊ ແລະ ນຳໃຊ້ Web Blogger.
5. ຮຽນຮູ້ໃນການອັບໂຫຼດຂໍ້ມູນຕ່າງໆຂຶ້ນ Web Blog.
6. ຮຽນຮູ້ໃນການເຜີຍແຜ່ຂໍ້ມູນລົງທາງ Internet ແລະ ຂໍ້ມູນຫັຍງແດ່ຕ້ອງການ Upload.
7. ຮຽນຮູ້ໃນການອັບໂຫຼດຂໍ້ມູນຂອງແຕ່ລະພາກວິຊ ແລະ ແຕ່ລະພະແນກທີ່ຕ້ອງການເຜີຍແຜ່ເທີງ Internet.
8. ຮຽນຮູ້ໃນການກວດສອບຂໍ້ມູນ ແລະ ອັບໂຫຼດຄະແນນ ຫຼື  ຜົນຂອງການສອບເສັງຂອງແຕ່ລະພາກຂຶ້ນເວັບ Web Blog ເພື່ອເຜີຍແຜ່ໃຫ້ນັກຮຽນຮູ້ທາງ Internet.
9. ຮຽນຮູ້ໃນການສ້າງ Link ເພື່ອເຊື່ອມຕໍ່ເຂົ້າກັບການສ້າງສື່ການຮຽນ - ການສອນ E learning ແບບ Online ດ້ວຍ Moodle.


No comments:

Post a Comment